“ປອດໄພໃນກອງໄຟ,”Friend, ເດືອນຕຸລາ 2026, 46–48.
ຂ່າວສານປະຈຳເດືອນ Friend, ເດືອນຕຸລາ 2026
ປອດໄພໃນກອງໄຟ
ກະສັດເນບູກາດເນັດຊາໄດ້ສ້າງຮູບປັ້ນໃຫຍ່ທີ່ເປັນທອງຄໍາ ແລະ ບັງຄັບໃຫ້ປະຊາຊົນຂອງເພິ່ນຂາບໄຫວ້ມັນ. ຖ້າພວກເຂົາປະຕິເສດ, ພວກເຂົາກໍຈະຖືກໂຍນເຂົ້າໄປໃນເຕົາໄຟ.
ຊັດຣາກ, ເມຊາກ, ແລະ ອາເບັດເນໂກ ຮັກພຣະເຈົ້າ ແລະ ບໍ່ຍອມຂາບໄຫວ້ພຣະເຈົ້າປອມຂອງກະສັດ.
ໝູ່ເພື່ອນທັງສາມຄົນໄດ້ບອກກະສັດວ່າ ພວກເຂົາຈະນະມັດສະການແຕ່ພຣະເຈົ້າເທົ່ານັ້ນ. ພວກເຂົາເຊື່ອວ່າ ພຣະເຈົ້າສາມາດປົກປ້ອງພວກເຂົາໄດ້. ແຕ່ເຖິງແມ່ນຖ້າຫາກວ່າ ພຣະອົງບໍ່ຊ່ວຍຊີວິດພວກເຂົາ, ແຕ່ພວກເຂົາຈະຍຶດໝັ້ນກັບສິ່ງທີ່ພວກເຂົາເຊື່ອ.
ກະສັດໃຈຮ້າຍ. ເພິ່ນໄດ້ສັ່ງໃຫ້ໂຍນໝູ່ເພື່ອນກຸ່ມນັ້ນເຂົ້າໄປໃນເຕົາໄຟ. ແຕ່ເມື່ອກະສັດເບິ່ງເຂົ້າໄປໃນເຕົາໄຟ, ເພິ່ນກໍຕົກໃຈທີ່ເຫັນທູດສະຫວັນຢູ່ໃນກອງໄຟກັບຜູ້ຊາຍສາມຄົນນັ້ນ.
ກະສັດໄດ້ເອີ້ນຫາຊັດຣາກ, ເມຊາກ, ແລະ ອາເບັດເນໂກ, ແລະ ພວກເຂົາກໍຍ່າງອອກມາຈາກເຕົາໄຟ. ໄຟບໍ່ໄດ້ທໍາຮ້າຍພວກເຂົາ ຫລື ແມ່ນແຕ່ເສື້ອຜ້າຂອງພວກເຂົາກໍບໍ່ໄໝ້.
ຊັດຣາກ, ເມຊາກ, ແລະ ອາເບັດເນໂກ ໄດ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ແມ່ນແຕ່ໃນເວລາທີ່ຊີວິດຂອງພວກເຂົາຢູ່ໃນຂັ້ນອັນຕະລາຍກໍຕາມ. ຕົວຢ່າງຂອງພວກເຂົາໄດ້ຊ່ວຍໃຫ້ກະສັດເຊື່ອໃນພຣະເຈົ້າ.
ໜ້າລະບາຍສີ
ບັນດາສາດສະດາໄດ້ຖືກເອີ້ນໃຫ້ກ່າວພຣະຄຳຂອງພຣະຜູ້ເປັນເຈົ້າ
ພາບປະກອບໂດຍ ອໍດຣີ ເດ. ອະນຸຍາດໃຫ້ອັດສຳເນົາສຳລັບໃຊ້ໃນສາດສະໜາຈັກເທົ່ານັ້ນ.
ເຮົາຈະຕິດຕາມສາດສະດາແນວໃດ?
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, October 2026. Lao. 20061 331