​Friend
ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ
ເດືອນ​ກັນ​ຍາ 2026


“Ruth and Naomi,” Friend, Sept. 2026, 46–48.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກັນ​ຍາ 2026

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

ນາງ​ນາ​ໂອ​ມິ ແລະ ຄອບ​ຄົວ​ຂອງ​ນາງ

ຄອບ​ຄົວ​ຂອງ​ນາງ​ນາ​ໂອ​ມີ​ໄດ້​ອາ​ໄສ​ຢູ່​ໃນ​ຢູ​ດາຍ. ເຂົາ​ເຈົ້າ​ບໍ່​ມີ​ອາ​ຫານ​ພຽງ​ພໍ​ຍ້ອນ​ຄວາມ​ອຶດ​ຢາກ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຍ້າຍ​ໄປ​ຢູ່​ໂມ​ອາບ.

ນາງ​ນາ​ໂອ​ມີ, ນາງ​ຣຸດ, ແລະ ນາງ​ໂອ​ປາ ກຳ​ລັງ​ປອບ​ໃຈ​ກັນ

ໃນ​ໂມ​ອາບ, ຜົວ​ຂອງ​ນາງ​ນາ​ໂອ​ມີ​ໄດ້​ຕາຍ​ໄປ ແລະ ພວກ​ລູກ​ຊາຍ​ຂອງ​ນາງ​ໄດ້​ແຕ່ງ​ງານ​ກັບ​ຜູ້​ຍິງ​ຊື່​ໂອ​ປາ ແລະ ຣຸດ. ເຂົາ​ເຈົ້າ​ໄດ້​ດູ​ແລ​ນາງ​ນາ​ໂອ​ມີ​ເປັນ​ເວ​ລາ 10 ປີ. ແຕ່​ແລ້ວ​ຜົວ​ຂອງ​ນາງ​ໂອ​ປາ ແລະ ຜົວ​ຂອງ​ນາງ​ຣຸດ​ໄດ້​ຕາຍ​ໄປ. ບັດ​ນີ້​ພວກ​ຜູ້​ຍິງ​ກໍ​ໄດ້​ຢູ່​ຕາມ​ລຳ​ພັງ.

ນາງ​ຣຸດ​ກຳ​ລັງ​ຈູງ​ອູດ​ທີ່​ນາງ​ນາ​ໂອ​ມີ​ຂີ່​ຢູ່

ນາງ​ໂອ​ປາ​ໄດ້​ກັບ​ຄືນ​ບ້ານ. ແຕ່​ນາງ​ຣຸດ​ຢາກ​ຢູ່​ດູ​ແລ​ນາງ​ນາ​ໂອ​ມີ. ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ​ໄດ້​ຍິນ​ວ່າ​ຢູ​ດາຍ​ມີ​ຜົນ​ລະ​ປູກ​ອີກ​ຄັ້ງ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ເດີນ​ທາງ​ໄປ​ທີ່​ນັ້ນ.

ນາງ​ຣຸດ​ກຳ​ລັງ​ເກັບ​ເຂົ້າ​ຢູ່​ໃນ​ທົ່ງ

ເຂົາ​ເຈົ້າ​ໄດ້​ມາ​ຮອດ​ໃນ​ຊ່ວງ​ລະ​ດູ​ເກັບ​ກ່ຽວ. ຍາດ​ພີ່​ນ້ອງ​ຂອງ​ນາງ​ນາ​ໂອ​ມີ ຊື່​ໂບ​ອາດ ເປັນ​ເຈົ້າ​ຂອງ​ທົ່ງ. ລາວ​ປ່ອຍ​ໃຫ້​ນາງ​ຣຸດ​ເກັບ​ເອົາ​ເຂົ້າ​ທີ່​ເຫລືອ​ຢູ່​ໃນ​ທົ່ງ. ມັນ​ເປັນ​ວຽກ​ໜັກ.

ນາງ​ຣຸດ ແລະ ໂບ​ອາດ​ກຳ​ລັງ​ລົມ​ກັນ

ໂບ​ອາດ​ນັບ​ຖື​ນາງ​ຣຸດ ເພາະ​ວ່າ​ນາງ​ເຮັດ​ວຽກ​ໜັກ ແລະ ເພາະ​ວ່າ​ນາງ​ຈົງ​ຮັກ​ພັກ​ດີ​ຕໍ່​ນາງ​ນາ​ໂອ​ມີ ແລະ ພຣະ​ຜູ້​ເປັນ​ເຈົ້າ.

ນາງ​ຣຸດ ແລະ ໂບ​ອາດ

ນາງ​ຣຸດ​ໄດ້​ຂໍ​ໃຫ້​ໂບ​ອາດ​ແຕ່ງ​ງານ​ກັບ​ນາງ. ໂບ​ອາດ​ຮູ້​ວ່າ ນາງ​ຣຸດ​ເປັນ​ຜູ້​ຍິງ​ທີ່​ຈົງ​ຮັກ​ພັກ​ດີ ແລະ ມີ​ຄຸນ​ນະ​ທຳ. ລາວ​ກໍ​ຕົກ​ລົງ.

ນາງ​ຣຸດ, ໂບ​ອາດ, ແລະ ແອ​ນ້ອຍ

ນາງ​ຣຸດ ແລະ ໂບ​ອາດ​ໄດ້​ແຕ່ງ​ງານ​ກັນ ແລະ ມີ​ລູກ​ຊາຍ​ນ້ອຍ​ຄົນ​ໜຶ່ງ. ຫລາຍ​ປີ​ຕໍ່​ມາ, ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ກຳ​ເນີດ​ຢູ່​ໃນ​ຕະ​ກຸນ​ນີ້.

ໜ້າ​ລະ​ບາຍ​ສີ

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ກັບ​ໃຈ ແລະ ສະ​ອາດ​ໄດ້

ໜ້າ​ລະ​ບາຍ​ສີ PDF ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຢາຍ​ສິນ​ລະ​ລຶກ​ໃຫ້​ເດັກ​ຍິງ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ໃນ​ມ້າ​ນັ່ງ

ພາບ​ປະ​ກອບ​ໂດຍ ອໍ​ດຣີ ເດ. ອະ​ນຸ​ຍາດ​ໃຫ້​ອັດ​ສຳ​ເນົາ​ສຳ​ລັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ.

ສິ່ງ​ໃດ​ຊ່ວຍ​ໃຫ້​ເຈົ້າ​ຈື່​ຈຳ​ການ​ເລືອກ​ທີ່​ດີ?