ພຣະ​ຄຳ​ພີ
ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ


ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ

ຂໍ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ​ແກ່​ຜູ້​ທີ່​ວຽກ​ງານ​ນີ້​ຈະ​ມາ​ເຖິງ​ວ່າ: ໂດຍ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈຶ່ງ​ໄດ້​ເຫັນ​ແຜ່ນ​ຈາລຶກ​ຊຶ່ງ​ມີ​ບັນ​ທຶກ​ນີ້​ຢູ່, ຊຶ່ງ​ເປັນ​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ຊາວ​ນີໄຟ ແລະ ຂອງ​ຊາວ​ເລມັນ, ຊຶ່ງ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເອງ, ແລະ ຂອງ​ຜູ້​ຄົນ​ຂອງ​ຊາວ​ຢາເຣັດ ຊຶ່ງ​ເປັນ​ຜູ້​ມາ​ຈາກ​ຫໍ​ສູງ​ທີ່​ກ່າວ​ເຖິງ ແລະ ພວກ​ເຮົາ​ຮູ້​ອີກ​ວ່າ ມັນ​ຖືກ​ແປ​ອອກ​ມາ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ ເພາະ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ໄດ້​ປະ​ກາດ​ມັນ​ໃຫ້​ພວກ​ເຮົາ​ຮູ້. ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຮູ້​ແນ່​ນອນ​ວ່າ ວຽກ​ງານ​ນີ້​ເປັນ​ຄວາມ​ຈິງ ແລະ ພວກ​ເຮົາ​ຂໍ​ເປັນ​ພະຍານ​ອີກ​ວ່າ ພວກ​ເຮົາ​ໄດ້​ເຫັນ​ອັກຂະລະ ຊຶ່ງ​ຢູ່​ໃນ​ແຜ່ນ​ຈາລຶກ​ນັ້ນ ແລະ ມັນ​ຖືກ​ສະແດງ​ແກ່​ພວກ​ເຮົາ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ ແລະ ບໍ່​ແມ່ນ​ຂອງ​ມະນຸດ. ພວກ​ເຮົາ​ປະ​ກາດ​ດ້ວຍ​ຖ້ອຍ​ຄຳ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ​ວ່າ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ລົງ​ມາ​ຈາກ​ສະຫວັນ ແລະ ເພິ່ນ​ໄດ້​ນຳ​ມັນ​ມາ​ວາງ​ຢູ່​ຕໍ່​ໜ້າ​ຂອງ​ພວກ​ເຮົາ, ວ່າ​ພວກ​ເຮົາ​ເຫັນ ແລະ ເບິ່ງ​ແຜ່ນ​ຈາລຶກ ແລະ ອັກຂະລະ​ທີ່​ຢູ່​ໃນ​ນັ້ນ, ແລະ ພວກ​ເຮົາ​ຮູ້​ວ່າ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈຶ່ງ​ເຫັນ ແລະ ເປັນ​ພະຍານ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ ແລະ ເປັນ​ສິ່ງ​ທີ່​ອັດ​ສະຈັນ​ຕໍ່​ສາຍ​ຕາ​ຂອງ​ພວກ​ເຮົາ. ຢ່າງ​ໃດ​ກໍ​ຕາມ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພວກ​ເຮົາ​ໃຫ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້; ດັ່ງ​ນັ້ນ ເພື່ອ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພວກ​ເຮົາ​ຈຶ່ງ​ສະແດງ​ປະຈັກ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ແລະ ພວກ​ເຮົາ​ຮູ້​ວ່າ ຖ້າ​ຫາກ​ພວກ​ເຮົາ​ມີ​ສັດທາ​ໃນ​ພຣະ​ຄຣິດ, ແລ້ວ​ພວກ​ເຮົາ​ຈະ​ກຳ​ຈັດ​ເລືອດ​ຂອງ​ມະນຸດ​ທັງ​ປວງ​ອອກ​ຈາກອາພອນ​ຂອງ​ພວກ​ເຮົາ ແລະ ຈະ​ຖືກ​ພົບ​ວ່າ​ບໍ່​ມີ​ມົນ​ທິນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ ແລະ ຈະ​ຢູ່​ກັບ​ພຣະ​ອົງ​ໃນ​ຟ້າ​ສະຫວັນ​ຊົ່ວ​ນິ​ລັນ​ດອນ ແລະ ຂໍ​ເທີດ​ທູນ​ພຣະ​ກຽດ​ຕິ​ຍົດ​ແດ່​ພຣະ​ບິດາ ແລະ ແດ່​ພຣະ​ບຸດ ແລະ ແດ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ເປັນ​ພຣະ​ເຈົ້າ​ອົງ​ດຽວ​ກັນ, ອາ​ແມນ.

ອໍ​ລີ​ເວີ ຄາວ​ເດີຣີ

ເດວິດ ວິດເມີ

ມາຕິນ ແຮຣິສ