ທຸກຄົນແມ່ນໄດ້ຮັບການຍິນດີຕ້ອນຮັບ. ຢ້ຽມຢາມໂບດທີ່ຢູ່ໃກ້ທ່ານ.
ຄຳຖາມທົ່ວໄປ
ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເປັນຄຣິດສະຕຽນບໍ?
ແມ່ນແລ້ວ! ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພາພົນຍຸກສຸດທ້າຍ, ເຮົາເຊື່ອວ່າ ພຣະເຢຊູຄຣິດ ເປັນພຣະບຸດຂອງພຣະເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ພຣະອົງຮັກເຮົາທຸກຄົນຫລາຍກວ່າທີ່ເຮົາສາມາດຈິນຕະນາການໄດ້. ພວກເຮົາຖືວ່າພວກເຮົາເປັນຜູ້ຕິດຕາມທີ່ອຸທິດຕົນຂອງພຣະເຢຊູ. ຂະນະທີ່ຄວາມເຊື່ອຖືຂອງເຮົາບາງຢ່າງກໍແຕກຕ່າງ, ເຮົາເຊື່ອວ່າ ຜ່ານທາງພຣະຊົນຊີບ, ການປະຕິບັດສາດສະໜາກິດ, ການເສຍສະລະ, ແລະ ການຟື້ນຄືນພຣະຊົນຂອງພຣະອົງ, ພຣະເຢຊູຄຣິດຊ່ວຍເຮົາໃຫ້ລອດຈາກບາບ, ຄວາມທຸກທໍລະມານ, ແລະ ຄວາມຕາຍ.
ຮຽນຮູ້ເພີ່ມເຕີມກ່ຽວກັບ ຄວາມເຊື່ອຖື ຂອງເຮົາ.
ການປະຊຸມໂບດເປັນແນວໃດ?
ເວລາຂອງການປະຊຸມໂບດກໍແຕກຕ່າງກັນຈາກແຕ່ລະບ່ອນຊຸມນຸມ. ຢ່າງໃດກໍຕາມ, ທ່ານສາມາດໄວ້ໃຈໄດ້ວ່າ ການປະຊຸມນະມັດສະການຫລັກຢ່າງໜຶ່ງແມ່ນສຳລັບທຸກຄົນ, ຕິດຕາມໂດຍຫ້ອງຮຽນສຳລັບເດັກນ້ອຍ, ຊາວໜຸ່ມ, ແລະ ຜູ້ໃຫຍ່.
ການປະຊຸມສຳລັບທຸກຄົນແມ່ນເອີ້ນວ່າ “ກອງປະຊຸມສິນລະລຶກ.” ກອງປະຊຸມນີ້ປະກອບດ້ວຍເພງ, ການອະທິຖານ, ແລະ ການເທດສະໜາ (ຫລື “ການກ່າວປາໄສ”) ໂດຍສະມາຊິກທີ່ແຕກຕ່າງກັນໃນບ່ອນຊຸມນຸມທຸກອາທິດ. ແຕ່ພາກສ່ວນທີ່ສຳຄັນທີ່ສຸດຂອງກອງປະຊຸມແມ່ນເວລາທີ່ພວກເຮົາຮັບສິນລະລຶກ (ຊຶ່ງຄ້າຍຄືກັນກັບສິນມະຫາສະນິດ) ເພື່ອລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ.
ຮຽນຮູ້ເພີ່ມເຕີມກ່ຽວກັບ ການປະຊຸມວັນອາທິດ ຫລື ຊອກຫາໂບດ ໃກ້ໆທ່ານ
ເປັນຫຍັງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຈຶ່ງມີພຣະວິຫານ?
ສຳລັບໄພ່ພົນຍຸກສຸດທ້າຍ, ພຣະວິຫານ ແມ່ນແຕກຕ່າງຈາກອາຄານໂບດອື່ນໆ. ພຣະວິຫານເປັນສະຖານທີ່ ບ່ອນທີ່ໄພ່ພົນຍຸກສຸດທ້າຍຮັບເອົາຄຳແນະນຳພິເສດກ່ຽວກັບພຣະເຈົ້າ ແລະ ພຣະເຢຊູຄຣິດ. ໃນພຣະວິຫານ, ສະມາຊິກເຮັດພັນທະສັນຍານິລັນດອນ (ຫລື ຄຳສັນຍາ) ກັບພຣະເຈົ້າ. ນີ້ແມ່ນລວມທັງຄຳສັນຍາທີ່ຈະຮັກສາພຣະບັນຍັດ, ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊື່ສັດໃນການແຕ່ງງານ, ແລະ ຊ່ວຍດູແລກັນແລະກັນໂດຍການແບ່ງປັນສິ່ງທີ່ເຮົາມີ.
ພ້ອມນີ້, ເພາະເຮົາເຊື່ອວ່າ ຄອບຄົວແມ່ນຊົ່ວນິລັນດອນ, ວຽກງານສ່ວນຫລາຍທີ່ກະທຳຢູ່ໃນພຣະວິຫານແມ່ນທີ່ຈະເຮັດໃຫ້ຄວາມຜູກພັນຂອງຄອບຄົວເຂັ້ມແຂງຂຶ້ນ. ການແຕ່ງງານໃນພຣະວິຫານແມ່ນຖືກປະຕິບັດໃຫ້ຄົງຢູ່ຕະຫລອດຊົ່ວນິລັນດອນ, ບໍ່ແມ່ນພຽງແຕ່ “ຈົນກວ່າທ່ານຕາຍຈາກກັນ.” ພໍ່ແມ່ ແລະ ລູກໆ ກາຍເປັນຄອບຄົວນິລັນດອນໃນພຣະວິຫານ. ບັນພະບຸລຸດກໍສາມາດໄດ້ຮັບພອນທັງໝົດຂອງພຣະວິຫານ ຖ້າຄົນໃດຄົນໜຶ່ງຈະກະທຳພິທີການສັກສິດແທນເຂົາເຈົ້າ ແລະ ເຂົາເຈົ້າຮັບເອົາການກະທຳຂອງການຮັບໃຊ້ນັ້ນ. ພຣະວິຫານເປັນສະຖານທີ່ທີ່ມີວຽກງານຫລາຍ!
ພຣະຄຳພີມໍມອນຄືຫຍັງ?
ພຣະຄຳພີມໍມອນ ເປັນໜັງສືເຫລັ້ມໜຶ່ງຂອງພຣະຄຳພີທີ່ຖືກດົນໃຈ ທີ່ສິດສອນເຮົາກ່ຽວກັບພຣະເຈົ້າ ແລະ ພຣະເຢຊູຄຣິດ. ມັນຊ່ວຍເຮົາຮັບເອົາການຊີ້ນຳສຳລັບຊີວິດສ່ວນຕົວຂອງເຮົາ ແລະ ສາມາດຊ່ວຍໃຫ້ເຮົາຮູ້ສຶກໃກ້ຊິດກັບພຣະເຢຊູຄຣິດຫລາຍຂຶ້ນ. ຊື່ນັ້ນມາຈາກໃສ? ເມື່ອຫລາຍຮ້ອຍປີກ່ອນ, ສາດສະດາບູຮານທ່ານໜຶ່ງຊື່ ມໍມອນ ໄດ້ຮຽບຮຽງບັນທຶກຂອງຜູ້ຄົນຂອງເພິ່ນ. ເຂົາເຈົ້າໄດ້ປະເຊີນໜ້າກັບຄວາມທ້າທາຍອັນດຽວກັນຫລາຍຢ່າງທີ່ເຮົາປະເຊີນ. ແລະ ຄືກັນກັບພວກເຮົາ, ເຂົາເຈົ້າໄດ້ພົບຄວາມເຂັ້ມແຂງເມື່ອເຂົາເຈົ້າໄດ້ຫັນໄປຫາພຣະເຢຊູຄຣິດ. ຮັບເອົາຄຳແນະນຳຕໍ່ພຣະຄຳພີມໍມອນ ກັບຜູ້ສອນສາດສະໜາ.
ພຣະຄຳພີມໍມອນຄຽງຄູ່ກັບພຣະຄຣິສຕະທຳຄຳພີ ເປັນປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ແລະ ພາລະກິດແຫ່ງສະຫວັນຂອງພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ. ພ້ອມກັນ, ພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ ໃຫ້ຄວາມເຂົ້າໃຈເພີ່ມເຕີມເຖິງຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າທີ່ມີໃຫ້ເຮົາທຸກຄົນ ແລະ ສາມາດຊ່ວຍເຮົາໃຫ້ເຂົ້າໃກ້ຊິດພຣະອົງຫລາຍຂຶ້ນ.
ຮຽນຮູ້ເພີ່ມເຕີມກ່ຽວກັບວ່າ ພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນເຮັດວຽກນຳກັນແນວໃດ.
ພວກເຮົາເຊື່ອໃນພຣະຄຣິສຕະທຳຄຳພີບໍ?
ແມ່ນແລ້ວ. ພຣະຄຣິສຕະທຳຄຳພີ ເປັນພຣະຄຳຂອງພຣະເຈົ້າ, ເປັນພຣະຄຳພີເຫລັ້ມສັກສິດ, ແລະ ການເຮັດຕາມຄຳສອນຂອງມັນຈະນຳຄວາມຊື່ນຊົມມາສູ່ຊີວິດຂອງເຮົາ. ພ້ອມກັບພຣະຄຣິສຕະທຳຄຳພີ, ເຮົາຍັງພົບເຫັນການດົນໃຈຈາກພຣະຄຳພີເຫລັ້ມອື່ນໆທີ່ພິເສດສຳລັບ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງ ໄພ່ພົນຍຸກສຸດທ້າຍ. ພຣະຄຳພີທັງໝົດເຮັດວຽກຮ່ວມກັນເພື່ອສິດສອນເຮົາຄວາມຈິງທີ່ສຳຄັນກ່ຽວກັບພຣະເຈົ້າ ແລະ ພຣະເຢຊູຄຣິດ.
ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມເຊື່ອຂອງພວກເຮົາຢູ່ໃນ ພຣະຄຣິສຕະທຳຄຳພີ.
ເຕີບໂຕເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ. ພົບກັບຜູ້ສອນສາດສະໜາ.
ພົບກັນອອນລາຍ ຫລື ໜ້າຕໍ່ໜ້າ. ພວກເຮົາຈະຕອບຄຳຖາມຂອງທ່ານ ແລະ ແນະນຳທ່ານໃຫ້ຮູ້ຈັກກັບຊຸມຊົນໂບດໃນທ້ອງຖິ່ນຂອງທ່ານ.
ຊຸມຊົນແຫ່ງສັດທາທີ່ສຸມໃຈໃສ່ພຣະເຢຊູຄຣິດ
ຮັບຂ່າວລ່າສຸດຈາກສາດສະໜາຈັກ.
ມີສິ່ງດີໆທີ່ກຳລັງເກີດຂຶ້ນຕະຫລອດທົ່ວໂລກ. ຮັບການອັບເດດໃນປະຈຸບັນກ່ຽວກັບໂຄງການ, ງານ, ວຽກງານບັນເທົາໄພພິບັດ, ແລະ ອີກຫລາຍຢ່າງ.